ວັນທີ 9 ມັງກອນ 2025 ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ຫຼວງນໍ້າທາ ພະແນກສຶກສາທິການ ແລະ ກິລາແຂວງໄດ້ນຳເອົາປື້ມສະມຸດບັນທືກຈຳນວນ 84 ຫົວ ແລະ ເຈ້ຍ A4 ຈໍານວນ 2 ແກັດ ມອບໃຫ້ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ຫຼວງນໍ້າທາ ປື້ມສະມຸດບັນທືກທີນຳມາມອບໃນຄັ້ງນີ້ແມ່ນປື້ມຂອງ ຢູນີເຊບ ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງໃນຊວງນ້ຳທາຖ້ວມ ພະແນກສຶກສາທິການ ແລະ ກິລາແຂວງມອບຕໍ່ໃຫ້ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ໃຫ້ກຽດມອບໂດຍ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຮັບໂດຍທ່ານ ປອ ຈັບ ວົງທະວີ ຜຸູ້ອຳນວຍການ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ.
ຂ່າວໂດຍ: ຕ່າຍອໍລະໄພ ໄຊຍະສິງ ສກຂ ແຂວງຫຼວງນ້ຳທາ