ໃນຕອນແລງຂອງວັນທີ 6 ພະຈີກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີໂອລົມນັກກິລາ ທີ່ຈະໄປແຂ່ງຂັ້ນກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ວົງມະນີ ເພື່ອປະຊາ ກໍາມະການປະຈໍາພັກແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມເປັນກຽດເຂົ້າຮ່ວມຂອງທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຮອງຫົວໜ້າຄະນະນຳທັບນັກກິລາແຂວງຫຼວງນໍ້າທາ. ທ່ານ ທະນົງສັກ ລາດສີທອງ ຫົວໜ້າຂະແໜງ ກິລາ-ກາຍຍະກໍາ ແລະ ສິລະປະສຶກສາ ໄດ້ລາຍງານການຫ້າງຫາກະກຽມດ້ານຕ່າງໆໃນການເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ

ໃນວັນທີ 3 ພະຈິກ 2025 ຜ່ານມາ ຢູ່ທີ່ສະໜາມກິລາບານເຕະແຂວງຫຼວງນໍ້າທາ, ຄອບຄົວ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ມອບຊຸດແຂ່ງຂັນກິລາ ຈຳນວນ 26 ຊຸດ ລວມເປັນມູນຄ່າ 5,300 000 ກີບ ໃຫ້ທັບນັກກິລາດຶງເຊືອກແຂວງຫຼວງນໍ້າທາ ເພື່ອນຳໃຊ້ເຂົ້າໃນການແຂ່ງຂັນ ງານມະຫາກຳກິລາແຫ່ງຊາດຄັ້ງທີ 12 ຢູ່ທີນະຄອນຫຼວງວຽງຈັນເປັນເຈົ້າພາບ ໃນຫວ່າງວັນທີ 15-25 ພະຈິກ 2025.
ໃຫ້ກຽດກ່າວມອບໂດຍ ທ່ານ ມີຖຸນາ ແກ້ວວັງລາດ ຕ່າງໜ້າຄອບຄົວ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ກ່າວຮັບໂດຍທ່ານ ຄຳແຝງ ເຈື້ອຫຼວງຄຳມີ ຫົວໜ້າຄະນະນຳທັບນັກກິລາດຶງເຊືອກແຂວງຫຼວງນໍ້າທາ ພ້ອມທັງກ່າວສະແດງຄວາມຂອບອົບຂອບໃຈເປັນຢ່າງສູງທີ່ທາງຄອບຄົວ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ທີໄດ້ນຳເອົາ ຊຸດກິລາ ມາມອບໃຫ້ພ້ອມທັງອວຍພອນໃຫ້ທ່ານຈົ່ງມີຄວາມຈະເລີນໃນໜ້າທີວຽກງານ, ມີສຸຂະພາບເຂັມແຂງ, ແຂງແຮງຊື້ໄດ້ຂາຍໝານຂຶ້ນເລືອຍໆ.
ຕາມການໃຫ້ສໍາພາດຂອງທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃນວັນທີ 29 ຕຸລາ 2025 ທີສະໜາມກິລາບານເຕະແຂວງຫຼວງນໍ້າທາ ໄດ້ມີການຫ້າງຫາກະກຽມ ແລະ ມີຄວາມພ້ອມແລ້ວທີ່ຈະນໍາພາທັບ ນັກກິລາທີ່ເຂົ້າຮ່ວມໃນການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ແລະ ງານມະຫາກໍາກິລາຄົນພິການ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ ທີ່ຈະໄດ້ຈັດຂື້ີນໃນມໍ່ໆນີ້,ສຳລັບແຂວງຫຼວງນໍ້າທາ ຈະໄດ້ນໍາພາທິມນັກກິລາເຂົ້າແຂ່ງຂັນທັງໜົດ 16 ປະເພດກິລາທີ່ຈະເຂົ້າແຂ່ງຂັນຄື: ບານເຕະຊາຍ, ແລ່ນ-ລານ ຍິງ-ຊາຍ, ກະຕໍ້ຊາຍ, ເປຕັງ ຍິງ-ຊາຍ, ດອກປີກໄກ່
ໃນຕອນແລງຂອງວັນທີ 22 ຕຸລາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີໂອລົມນັກຮຽນທີຈະໄປສຶກສາຕໍ່ ສສ ຫວຽດນາມ ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວ ເຊືອຍສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີພະນັກງານວິຊາການທີກ້ຽວຂ້ອງ, ພໍ່ແມ່ນັກຮຽນ ແລະ ນັກຮຽນເຂົ້າທັງໝົດ 50 ກວ່າຄົນ.ທ່ານ ຄໍາແກ້ວ ສາຍນໍ້າຮອຍ ຫົວໜ້າຂະແໜງ ວິທະຍາສາດ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງເປັນຜູ້ຮັບຜິດຊອບຈັດສົ່ງນັກສຶກສາໄປຮຽນ ສສ ຫວຽດນາມ ໄດ້ຂຶ້ນແນະນຳການເກັບຮັກສາ ຂໍ້ຕົກລົງຂອງກະຊວງສຶກສາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ, ພາດສະປອດ ແລະ ເອ